ລັກສະນະທົ່ວໄປຂອງປະຢັດ

ເຕົາປະຢັດທີ່ພວກເຮົາກຳລັງສົ່ງເສີມຈະມີລັກສະນະທົ່ວໄປດັ່ງນີ້:​

1. ຄວາມທົນທານຂອງເຕົາ ເຕົາທຸກຊະນິດທີ່ອອກແບບ ຫຼື ພັດທະນາເພື່ອໃຊ້ງານສຳລັບຫຸງຕົ້ມໃນຄົວເຮືອນເປັນສິ່ງສຳຄັນ ເນື່ອງຈາກຈະໃຊ້ຢ່າງໜ້ອຍ 2 ເຖິງ 3 ຄັ້ງຕໍ່ວັນ, ພາຍໃນໜຶ່ງປີສະເລ່ຍການນຳໃຊ້ເຕົາຫລາຍກວ່າ 1,000 ຄັ້ງ. ດັ່ງນັ້ນ, ເຕົາຈຶ່ງຕ້ອງມີຄວາມແຂງແຮງທົນທານຕໍ່ສະພາບການໃຊ້ງານ.

2. ມີຮູຮັງເຜີ້ງທີ່ໜາ 3.5 Cm ມີ 52 ຮູ ເປັນລັກສະນະພິເສດເພາະຈະສົ່ງຄວາມຮ້ອນໄດ້ດີກວ່າ.

3. ເຕົາທີ່ດີສາມາດສັງເກດໃນເວລານຳໃຊ້ເຊັ່ນ: ຄວນເປັນເຕົາທີ່ດັງໄຟຕິດໄດ້ງ່າຍ, ໃຫ້ຄວາມຮ້ອນສູງ, ໃຊ້ຖ່ານໃນການແຕ່ງກິນໜ້ອຍ ຫຼື ບໍ່ຕ້ອງຕື່ມຖ່ານເລື່ອຍໆ.

4. ມີຄວາມສະດວກໃນການເຄື່ອນຍ້າຍ, ຫາກຈຳເປັນຕ້ອງມີການເຄື່ອນຍ້າຍເຕົາອອກຈາກເຮືອນຄົວໄປບ່ອນອື່ນໆຕົວເຕົາຈະຕ້ອງມີນ້ຳໜັກທີ່ພໍດີ ເພື່ອສາມາດເຄື່ອນຍ້າຍໄດ້ໂດຍງ່າຍ.

5. ເຕົາສາມາດຮອງຮັບກັບໝໍ້ ແລະ ເຄື່ອງຄົວໄດ້ຫຼາຍຊະນິດ ແລະ ຫຼາຍຂະໜາດ ເພື່ອສະດວກໃນການນຳໃຊ້ ໂດຍສະເພາະການແຕ່ງກິນໃນຄົວເຮືອນມີເຄື່ອງຄົວຫຼາຍຊະນິດ, ຫຼາຍຂະໜາດທີ່ແຕກຕ່າງກັນເຊັ່ນ: ໝໍ້ເບີຕ່າງໆ, ກະທະ ແລະ ອື່ນໆ. ດັ່ງນັ້ນ, ຈຶ່ງຈໍາເປັນຕ້ອງມີເຕົາທີ່ເໝາະສົມກັບປະໂຫຍດໃນການໃຊ້ງານ.

6. ການປະຢັດເຊື້ອເພີງ ເຕົາທີ່ດີຕ້ອງມີລັກສະນະທີ່ກ່າວມາຂ້າງເທິງ, ການປະຢັດເຊື້ອເພີງ ກໍ່ຄືການໃຫ້ພະລັງງານຄວາມຮ້ອນທີ່ສູງ ແລະ ເຕົາສາມາດຖ່າຍເທຄວາມຮ້ອນໃຫ້ໃນເວລາແຕ່ງກິນໄດ້ເຕັມທີ່, ຄວາມຮ້ອນຈະສູນເສຍໄປໜ້ອຍທີ່ສຸດ.

ລັກສະນະສະເພາະທີ່ດີຂອງເຕົາປະຢັດລຸ້ນ 3 (PTT3)

1. ຖານຮອງຮັບນໍ້າໜັກເຕົາ
2. ຄຸສັງກະສີໜາປະມານ 1.5 ມິລີແມັດ
3. ປ່ອງອາກາດ ມີຂະໜາດ 50 (ສູງ) x120 (ກ້ວາງ) ມິລີແມັດ
4. ຮັງເຜີ້ງຄວນມີເສັ້ນຜ່າໃຈກາງ 175 ມິລີແມັດ, ຮູຮັງເຜີ້ງມີຂະໜາດເລີກ (ຄວາມໜາຂອງຮັງເຜີ້ງ) 35 ມີລີແມັດ. ຂະໜາດຮູຮັງເຜິ້ງ        ມີເສັ້ນຜ່າສູນກາງ 12 ມິລີແມັດ ແລະ ມີຈໍານວນ 52 ຮູ
5. ສະນວນກັນຄວາມຮ້ອນ
6. ຫ້ອງເຜົາໄໝ້ ມີເສັ້ນຜ່າສູນກາງ 160 ມິລີແມັດ ແລະ ບັນຈຸຖ່ານໄດ້ປະມານ 480 ກຼາມ
7. ສະນວນປ້ອງກັນການສູນເສຍຄວາມຮ້ອນອອກສູ່ຂ້າງນອກ
8. ເສົາເຕົາວາງພາຊະນະກັບຂອບເຕົາມີຄວາມສູງບໍ່ເກີນ 8 ມີລີແມັດ (ສໍາລັບຖ່າຍເທອາກາດ).
9. ສາຍຫິ້ວເຕົາຄວນເປັນເສັ້ນລວດທີ່ໜາປະມານ 3 ມິລີແມັດ
10. ປາກເຕົາ ສາມາດວາງໝໍ້ ໄດ້ຫຼາຍຂະໜາດ ຕັ້ງແຕ່ເບີ 16-32 ຫຼື ໃຫ່ຍກ່ວານີ້.
11. ຊ່ອງວ່າງຄວາມຮ້ອນລະຫ່ວາງເຕົາກັບໝໍ້ (ເສົ້າເຕົາ) ແມ່ນໂດຍປະມານ 11 ມີລີແມັດ.
12. ນໍ້າໜັກເຕົາປະຢັດມາດຕະຖານບໍ່ຄວນເກີນ 15 ກິໂລກຼາມ.

ລັກສະນະສະເພາະທີ່ດີຂອງເຕົາປະຢັດລຸ້ນ 4 (PTT4)

1. ຖານຮອງຮັບນໍ້າໜັກເຕົາ
2. ຄຸສັງກະສີໜາປະມານ 1.5 ມິລີແມັດ
3. ປ່ອງອາກາດ ມີຂະໜາດ 50 (ສູງ) x 120 (ກ້ວາງ) ມິລີແມັດ
4. ຮັງເຜີ້ງຄວນມີເສັ້ນຜ່າໃຈກາງ 175 ມິລີແມັດ, ຮູຮັງເຜີ້ງມີຂະໜາດເລີກ (ຄວາມໜາຂອງຮັງເຜີ້ງ) 35 ມິລີແມັດ. ຂະໜາດຮູຮັງເຜິ້ງ ມີເສັ້ນຜ່າສູນກາງ 12 ມິລີແມັດ ແລະ ມີຈໍານວນ 52 ຮູ.
5. ສະນວນກັນຄວາມຮ້ອນ
6. ຫ້ອງເຜົາໄໝ້ ມີເສັ້ນຜ່າສູນກາງ 160 ມິລີແມັດ ແລະ ບັນຈຸຖ່ານໄດ້ປະມານ 0,00048 ແມັດກ້ອນ ຫຼື ປະມານ 480 ກຼາມ.
7. ສະນວນປ້ອງກັນການສູນເສຍຄວາມຮ້ອນອອກສູ່ຂ້າງນອກ
8. ເສົ້າເຕົາວາງພາຊະນະກັບຂອບເຕົາມີຄວາມສູງບໍ່ເກີນ 10 ມິລີແມັດ (ສໍາລັບຖ່າຍເທອາກາດ).
9. ສາຍຫິ້ວເຕົາຄວນເປັນເສັ້ນລວດທີ່ໜາປະມານ 3 ມິລີແມັດ
10. ປາກເຕົາ ສາມາດວາງໝໍ້ ໄດ້ຫຼາຍຂະໜາດ ຕັ້ງແຕ່ເບີ 16-32 ຫຼື ໃຫ່ຍກ່ວານີ້.
11. ຊ່ອງວ່າງຄວາມຮ້ອນລະຫ່ວາງເຕົາກັບໝໍ້ (ເສົ້າເຕົາ) ແມ່ນໂດຍປະມານ 11 ມິລີແມັດ.
12. ນໍ້າໜັກເຕົາປະຢັດມາດຕະຖານບໍ່ຄວນເກີນ 13 ກິໂລກຼາມ.

ລັກສະນະສະເພາະທີ່ດີຂອງເຕົາໄມ້ຟືນ (WS3)

1. ຖານຮອງຮັບນໍ້າໜັກເຕົາ

2. ຄຸສັງກະສີໜາປະມານ 1.5 ມິລີແມັດ

3. ປ່ອງອາກາດ ມີຂະໜາດ 50 (ສູງ) x120 (ກ້ວາງ) ມິລີແມັດ

4. ຮັງເຜີ້ງຄວນມີເສັ້ນຜ່າໃຈກາງ 180 ມິລີແມັດ, ຮູຮັງເຜີ້ງມີຂະໜາດເລີກ (ຄວາມໜາຂອງຮັງເຜີ້ງ) 35 ມິລີແມັດ. ຂະໜາດຮູຮັງເຜິ້ງ ມີເສັ້ນຜ່າສູນກາງ 13 ມິລີແມັດ ແລະ ມີຈໍານວນ 61 ຮູ.

5. ສະນວນກັນຄວາມຮ້ອນ

6. ຫ້ອງເຜົາໄໝ້ ມີເສັ້ນຜ່າສູນກາງ 190 ມິລີແມັດ ແລະ ບັນຈຸຖ່ານໃດ້ປະມານ 480 ກຼາມ.

7. ສະນວນປ້ອງກັນການສູນເສຍຄວາມຮ້ອນອອກສູ່ຂ້າງນອກ

8. ເສົາເຕົາວາງພາຊະນະກັບຂອບເຕົາມີຄວາມສູງບໍ່ເກີນ 15 ມິລີແມັດ (ສໍາລັບຖ່າຍເທອາກາດ).

9. ສາຍຫິ້ວເຕົາຄວນເປັນເສັ້ນລວດທີ່ໜາປະມານ 3 ມິລີແມັດ

10. ດ້ານຂ້າງເຕົາມີ 8 ຮູ ເປັນຮູລະບາຍອາກາດຊ່ວຍໃນການເຜົາໄໝ້ໄດ້ດີ ເຮັດໃຫ້ມີຄວນໜ້ອຍ ໄຟແຮງ.

11. ປາກເຕົາ ສາມາດວາງໝໍ້ ໄດ້ຫຼາຍຂະໜາດ ຕັ້ງແຕ່ເບີ 16-32 ຫຼື ໃຫ່ຍກ່ວານີ້.

12. ຊ່ອງວ່າງຄວາມຮ້ອນລະຫ່ວາງເຕົາກັບໝໍ້ (ເສົາເຕົາ) ແມ່ນໂດຍປະມານ 15 ມິລີແມັດ.

13. ນໍ້າໜັກເຕົາປະຢັດມາດຕະຖານ 14 ກິໂລກຼາມ.