ຜະລິດເຕົາປະຢັດໄດ້ເພີ້ມອີກ 1,000 ກວ່າໜ່ວຍ ໃນທ້າຍເດືອນມິຖຸນາ.

ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ

7/7/20231 min read

ໃນທ້າຍເດືອນ ມິຖຸນາ 2023, ພວກເຮົາ ໄດ້ສືບຕໍ່ສະໜັບສະໜູນ ແລະ ຕິດຕາມການຜະລິດຕົາປະຢັດໃນທຸກພື້ນທີ່ເພື່ອຮັບປະກັນກ່ອນຈຳໜ່າຍໃຫ້ແກ່ປະຊາຊົນໄດ້ນຳໃຊ້ເຕົາທີ່ມີປະສິດທິພາບ.

ໃນນັ້ນ, ປະກອບມີໂຮງງານ ທ່ານ ນາງ ບົວທອງ ຜະລິດໄດ້ ຈຳນວນ 400 ໜ່ວຍ, ໂຮງງານທ່ານ ນາງ ໜູຜິດ ຜະລິດໄດ້ ຈໍານວນ 400 ໜ່ວຍ ທີ່ແຂວງຫຼວງພະບາງ, ໂຮງງານທ່ານ ຫຼວງ ຜະລິດໄດ້ ຈຳນວນ 310 ໜ່ວຍ ທີ່ແຂວງຈໍາປາສັກ, ໂຮງງານທ່ານ ບຸນຊົມ 50 ໜ່ວຍ, ໂຮງງານ ທ່ານ ນາງ ມ່ວນ 150 ໜ່ວຍ ແລະ ໂຮງງານທ່ານ ນາງ ຈິດສະໜາ 200 ໜ່ວຍ ທີ່ແຂງຈຳປາສັກ.