ການທັດສະນະສືກສາແລກປ່ຽນບົດຮຽນການຜະລິດເຕົາປະຢັດຢູ່ປະເທດເພື່ອນບ້ານ

ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ

7/5/20231 min read

ໃນວັນທີ 27-30 ມີຖຸນາ 2023, ພວກເຮົາໄດ້ມີມີໂອກາດໄປທັດສະນະ ແລະ ແລກປ່ຽນບົດຮຽນການຜະລິດເຕົາ ກັບໂຮງງານຜະລິດຢູ່ປະເທດເພື່ອນບ້ານ (ຈັງຫວັດອຸບົນລາດຊະທານີ ປະເທດໄທ). ໂດຍມີທັງວິຊາການຂອງພວກເຮົາ, ວິຊາການຈາກອົງການ SNV ແລະ ຜູ້ຜະລິດຈຳນວນໜື່ງລວມ 11 ທ່ານ. ພວກເຮົາໄດ້ແລກປ່ຽນກ່ຽວກັບບັນຫາ, ອຸປະສັກທີ່ພົບພໍ້ ຕະຫຼອດຮອດວິທີທາງການແກ້ໄຂ. ສິ່ງທີ່ແຕກຕ່າງຈາກບ້ານເຂົາ ແມ່ນ ໄດ້ມີລະບົບການທົດສອບຈາກຫ້ອງທົດສອບຂອງພາກສ່ວນກ່ຽວຂ້ອງຢ່າງເປັນປະຈຳ.

ທ່ານ ເພັດບີ່ ໜື່ງໃນຜູ້ຜະລິດຈາກແຂວງຊຽງຂວາງໃຫ້ຄຳເຫັນວ່າ: ຮູ້ສຶກດີໃຈຫຼາຍທີ່ໄດ້ມາແລກປ່ຽນບົດຮຽນໃນຄັ້ງນີ້ ເພາະທີ່ຜ່ານມາມີແຕ່ການແລກປ່ຽນພາຍໃນປະເທດ ຄັ້ງນີ້ເປັນຄັ້ງທຳອິດທີ່ໄດ້ມາແລກປ່ຽນບົດຮຽນກັບປະເທດເພື່ອນບ້ານ ໃນດ້ານການຜະລິດ, ອຸປະກອນເຄື່ອງມືນຳໃຊ້ ແລະ ຈະນຳບົດຮຽນໃນຄັ້ງນີ້ໄປປັບປຸງໃຫ້ເຕົາປະຢັດ ຢູ່ບ້ານເຮົາ ໃຫ້ມີປະສິດທິຜົນ ແລະ ປະສິດທິພາບ ຢີ່ງໆຂື້ນ.