ສືບຕໍ່ແຈກຢາຍເຕົາປະຢັດເພື່ອໃຫ້ທຸກຄົນໄດ້ນຳໃຊ້

ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ

6/28/20231 min read

ໃນບາງພື້ນທີ່ຍັງນຳໃຊ້ເຕົາໄຟແບບເກົ່າໃນການປຸງແຕ່ງອາຫານເຊີ່ງສ່ວນໃຫຍ່ ເປັນເຕົາທີ່ບໍ່ປະຢັດເຊື້ອເພີງ ແລະ ປ່ອຍຄວັນຜິດຫຼາຍ. ເພື່ອເປັນການຫຼຸດຜ່ອນບັນຫາ ດັ່ງນັ້ນ, ພວກເຮົາໄດ້ສົ່ງເສີມການຜະລິດເຕົາປະຢັດທີ່ມິຄຸນນະພາບ ແລະ ຫຼຸດຜ່ອນມົນລະຜິດ ເພື່ອໃຫ້ທຸກຄົນໄດ້ຊົມ. ເຊີ່ງໃນອາທິດທີ່ຜານມາທີມງານເຮົາໄດ້ລົງແຈກຢາຍເຕົາໃນຫລາຍພື້ນທີ່ ແລະ ໃນນັ້ນ ທີມງານໄດ້ເວົ້າວ່າ: “ ຍັງມີບາງພື້ນທີ່ ປະຊາຊົນຍັງບໍ່ສາມາດເຂົ້າຮອດເຂົ້າເຖິງຜະລິດຕະພັນເຕົາປະຢັດເທື່ອ ທີມງານໄດ້ອາທິບາຍ ແລະ ໃຫ້ຂໍ້ມູນແກ່ຊູມຊົນ ເຫັນວ່າເຂົາເຈົ້າມີຄວາມຕັ້ງອົກຕັ້ງໃຈຟັງ ແລະ ສົນໃຈຫລາຍ ”

ເຕົາປະຢັດຈຳນວນ 500 ກວ່າໜ່ວຍໄດ້ຖຶກແຈກຢາຍທີ່ ບ້ານ ໂນນວິໄລວັນ ຕາແຫລວໃຫມ່ ຈຳນວນ 210 ຄອບຄົວ ຢູ່ເມືອງ ຈຳພອນ ແຂວງ ແຂວງສະຫວັນນະເຂດ, ບ້ານ ໜອງຜຳ ເມືອງ ປະທຸມພອນ ຈຳນວນ 149 ຄອບຄົວ,ບ້ານ ທາດ ແລະ ບ້ານງົວແດງ ເມືອງ ຊະນະສົມບູນ ຈຳນວນ 346 ຄອບຄົວ, ໂຮງຮຽນທີ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ຈຳນວນ 16 ໜ່ວຍ.