ສຳເລັດກອງປະຊຸມຜູ້ຜະລິດເຕົາປະຢັດປະຈຳ 4 ເດືອນ ທີ່ແຂວງຫຼວງພະບາງ

ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ

7/3/20231 min read

ໃນວັນທີ 23 ມິຖຸນາ 2023, ທີມງານເຕົາປະຢັດແຂວງຫຼວງພະບາງ ໄດ້ສຳເລັດການຈັດກອງປະຊຸມຜະລິດເຕົາປະຢັດປະຈຳ 4 ເດືອນ ເພື່ອທົບທວນຄວາມຄືບໜ້າ, ຜົນສຳເລັດ, ບັນຫາ ແລະ ອຸປະສັກ ແລະ ວິທີແກ້ໄຂຂອງແຕ່ລະຜູ້ຜະລິດ ແລະ ແລກປ່ຽນບົດຮຽນການຄຸ້ມຄອງບໍລິຫານໂຮງງານ, ພະນັກງານ ແລະ ການຕະຫຼາດ, ການຄວບຄຸມຄຸນນະພາບ ແລະ ມາດຖານການຜະລິດ. ໃນນັ້ນມີ 2 ຜູ້ຜະລິດເຂົ້າຮ່ວມ, ຕາງໜ້າຈາກ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫຼວງພະບາງ, ສະຫະພັນແມ່ຍິງແຂວງ ລວມທັງໝົດ 8 ທ່ານ (ຍິງ 4 ທ່ານ).

ຜ່ານມາທີມງານເຕົາປະຢັດພື້ນທີ່ນະຄອນ ຫຼວງພະບາງ ໄດ້ລົງສະໜັບສະໜູນ ຕິດຕາມໃຫ້ຄວາມຮູ້ທາງດ້ານວິຊາການ ໃນຂະບວນການຜະລິດເຕົາໃຫ້ກັບຜູ້ຜະລິດ ແລະ ເຫັນໄດ້ວ່າຜູ້ຜະລິດມີການພັດທະນາຝີມືຕົນເອງໄດ້ຢ່າງວ່ອງໄວຈຶ່ງເຮັດໃຫ້ ທຸກຂະບວນການຜະລິດເຕົາເປັນໄປໄດ້ດີ ແລະ ໄດ້ຕາມມາດຕະຖານທີ່ກຳນົດໄວ້ ນອກນັ້ນຍັງສາມາດເຮັດໃຫ້ພໍ່ຄ້າ-ແມ່ຄ້າ ໄວ້ວາງໃຈ ແລະ ສັ່ງເຕົາກັບຜູ້ຜະລິດຢູ່ເລື້ອຍໆ.